ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດອິນເດຍ ປະຈໍາ ລາວ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດອິນເດຍ ປະຈໍາ ລາວ

07 Aug 2023 | ຂ່າວ: ສຸກສະຫວັດ ພາບ: ເກດສະໜາ |

    ໃນຕອນບ່າຍວັນທີ 3 ສິງຫາ 2023, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ຄົນໃໝ່ ປະຈຳ ສປປ ລາວ.

   ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ທ່ານ Prashant Agrawal ທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນໄລຍະຜ່ານມາ. ພ້ອມທັງ ສະເໜີໃຫ້ທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລາວ-ອິນເດຍ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງຂົງເຂດ ຖວທ.

    ຈາກນັ້ນ, ທ່ານ ທູດອິນເດຍປະຈຳລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ພ້ອມທັງຢືນຢັນວ່າ ຕົນເອງປະສຸມທຸກຄວາມສາມາດ ເພື່ອປະ ກອບສ່ວນເຂົ້າໃນການເພີ່ມທະວີ ການພົວພັນຮ່ວມມືລະຫວ່າງ ອິນເດຍ ແລະ ລາວ ໃຫ້ກວ້າງຂວາງຍິ່ງຂຶ້ນ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ